"ແມ່ເຮືອນ"… ເໝືອນດັ່ງເສົາຫຼັກ

25 Jun

ຄຳວ່າ “ແມ່ເຮືອນ” ຟັງແລ້ວມັນຮູ້ສຶກອົບອຸ່ນ ຜູກພັນ ເຊື່ອໝັ້ນ ແລະ ມ່ວນຫູດີ ຄອບຄົວໃດກໍຕາມ ທີ່ມີແມ່ເຮືອນເປັນ ເສົາຫຼັກ ສະມາຊິກທຸກຄົນກໍຮູ້ສຶກສະບາຍໃຈ ແຕ່ປັດຈຸບັນ ມີບາງຄົນກໍສະຫຼອກກອກ ຢາກປ່ຽນຊື່ມາເປັນ “ແມ່ບ້ານ” ຍ້ອນລຶ້ງໄປຕະຫຼາດຢູ່ປະເທດໃກ້ຄຽງ ຟັງແລ້ວຍິ່ງຮູ້ສຶກອີ່ດູຕົນຜູ້ຍິງພວກເຮົາຫຼາຍຂຶ້ນ.

ເພາະພຽງແຕ່ດູແລເຮືອນແຕ່ລະມື້ ມັນກໍຫຍຸ້ງຍາກລຳບາກພໍແຮງແລ້ວ ຈະໃຫ້ດູແລບ້ານທີ່ມີເຮືອນເປັນ 400-500 ຫຼັງຄາ ຢ້ານແມ່ຍິງຍິ່ງຈະສັບສົນ ຈົນບໍ່ມີເວລາໄດ້ດູແລຕົນເອງ ສະນັ້ນ ໜ້າທີ່ດູແລເບິ່ງແຍງບ້ານ ຄວນຈະປ່ວຍໃຫ້ເປັນຄວາມຮັບ ຜິດຊອບຂອງນາຍບ້ານເພິ່ນສາ ເພາະມັນມີກົດໝາຍການປົກຄອງທ້ອງຖິ່ນຮັບຮອງແລ້ວ.

ເດືອນກ່ອນໄດ້ໄປຮ່ວມເຝິກອົບຮົມເລື່ອງບົດບາດ ຍິ່ງ-ຊາຍ ເພິ່ນແຮ່ງບິນໄປໄກອີກ ບອກວ່າ: ອາຊີບແມ່ເຮືອນຄວນຈະ ປ່ຽນມາເປັນ “ຜູ້ອອກແຮງງານໃນຄົວເຮືອນ” ວ່າຊັ້ນ ໂດຍໃຫ້ເຫດຜົນງ່າຍໆວ່າ: ສູ່ມື້ນີ້ວຽກເຮືອນ (ແມ່ເຮືອນ) ຜູ້ຊາຍກໍ ໄດ້ຊ່ວຍ ຂ້າພະເຈົ້າບໍ່ຖຽງດອກ ແຕ່ທີ່ຮູ້ສຶກແປກ ແລະ ບໍ່ເຂົ້າໃຈກໍແມ່ນ ບາດທະຫານຫັ້ນເດ ເຫັນມີແຕ່ຜູ້ຊາຍຕວາ ທີ່ເປັນ ແມ່ທັບ ຄືບໍ່ເຫັນເພິ່ນຄິດຢາກປ່ຽນຊື່ມາເປັນ “ພໍ່ທັບ” ແດ່… ເປັນຕາຊັງເນາະ! ໃນວັດຈະນານຸກົມຂອງ ດຣ. ທອງຄຳ ອ່ອນມະນີສອນ ຂຽນວ່າ: ແມ່ເຮືອນ ແມ່ນຜູ້ເຮັດວຽກໃນເຮືອນ ເປັນຄົນດູແລສະມາຊິກ ເບິ່ງແຍງບ່ອນຢູ່ ບ່ອນນອນ ບ່ອນກິນ ຫຼື ແມ່ນຜູ້ເປັນໃຫຍ່ຢູ່ໃນເຮືອນ ພຸ້ນເຫັນບໍ່? ກຽດຕິຍົດ ຊື່ສຽງຂອງແມ່ເຮືອນ ບໍ່ຕ້ອງນ້ອຍໃຈດອກ! ເວົ້າເລື່ອງ ຄວາມຢູ່ດີມີສຸກຂອງຄອບຄົວ ນັບແຕ່ຍາມເຈັບຍາມໄຂ້ (ນັບທັງໄຂ້ກາຍ ແລະ ໄຂ້ໃຈ) ຜູ້ທີ່ຫ່ວງໄຍ ແລະ ເປັນທຸກທີ່ສຸດ ກໍແມ່ນ “ແມ່” ເພາະແມ່ນັ້ນ ເພິ່ນອູ້ມທ້ອງເຮົາມາຕັ້ງເກົ້າເດືອນ ສະນັ້ນ ຄວາມຮູ້ສຶກຜູກພັນເຂົ້າໃຈຈຶ່ງມີຫຼາຍກວ່າ ເພິ່ນຮູ້ຈັກ ສະພາບຮ່າງກາຍ ແລະ ສະພາບຈິດໃຈຂອງລູກແຕ່ລະຄົນ ທັງຮູ້ອີກວ່າຈະຮັບມືແຕ່ລະອາການນັ້ນແນວໃດ? ປິ່ນປົວດ້ວຍ ຢາຫຍັງ ? ຍັງມີແມ່ຫຼາຍຄົນ ສາມາດກາຍເປັນທ່ານໝໍຜູ້ຊ່ຽວຊານປະຈຳຄອບຄົວ (ຂໍໂທດເດີ !) ຍົກເວັ້ນແຕ່ແມ່ຜູ້ທີ່ລ້ຽງລູກ ຕາມມີຕາມເກີດ ຫຼື ລ້ຽງຊື່ໆ ລ້ຽງບໍ່ຮັບຜິດຊອບ ແມ່ປະເພດນີ້ຈະບໍ່ຮູ້ຫຍັງເລີຍ ! ລູກໄປໃສກໍບໍ່ຮູ້ ? ຮຽງໄດ້ທີເທົ່າໃດກໍບໍ່ ສົນ (ອະນາຄົດຂອງມຶງ) ລູກຈ່ອຍແຫ້ງຍ້ອນຫຍັງກໍບໍ່ກ່ຽວ ? ກິນເກມຫັ້ນ “ມັກນະ ? (ເພິ່ນໂຍນຄວາມຜິດ) ເຖິງວ່າ ບົດບາດຍິງ-ຊາຍກຳລັງມາແຮງ ແຕ່ແນວໃດກໍຕາມບົດບາດຂອງຄຳວ່າ ແມ່ ກໍຍັງຕ້ອງສົ່ງເສີມ …

ຂ້າພະເຈົ້າຍັງຈື່ໄດ້ດີ ຕອນລັດຖະມົນຕີຊ່ວຍເພດຍິງຂອງລາວເຮົາ ທ່ານໜື່ງຂຶນປາຖະກະຖາຢູ່ຕໍ່ໜ້າ ບັນດາທ່ານສາດ ສະດາຈານ ດຣ. ແລະ ວິຊາການຊັ້ນຫົວກະທິຂອງໂຮງຮຽນຊື່ດັງແຫ່ງໜື່ງ ຈົນໄດ້ຮັບສຽງຕົບມືສະໜັ່ນຫວັ່ນໄຫວ ຍ້ອນເພິ່ນ ກ່າວປະໂຫຍກໜື່ງວ່າ: “ເຖິງເປັນລັດຖະມົນຕີ ມີຄວາມຮັບຜິດຊອບຕໍ່ໜ້າທີ່ ວຽກງານທີ່ຕ້ອງແບກຫາບ ແຕ່ເວລາກັບເຮືອນ ຂ້າພະເຈົ້າກໍຍັງເປັນ ແມ່ຄົນໜື່ງ ທີ່ຕ້ອງໄດ້ສະແດງຄວາມຮັກ ຄວາມຫວ່ງໄຍຕໍ່ລູກຕໍ່ຜົວ ຂ້າພະເຈົ້າກໍຍັງແມ່ນແມ່ຍິງ ທຳມະດາຄົນໜື່ງ ນັ້ນກໍຄື ແມ່ເຮືອນ” ຄວາມຈິງແລ້ວ ການເກີດມາເປັນລູກຜູ້ຍິງ ມັນແມ່ນການຫອບອູ້ມເອົາຄວາມຄາດ ຫວັງຂອງຄົນຫຼາຍສິບຫຼາຍ ລ້ານ… ຄົນ ທີ່ທຸກກ່ອນໝູ່ ກໍແມ່ນແມ່ຍິງທຸກ ຢ້ານຜົວບໍ່ໄດ້ຢູ່ໄດ້ກິນ ຢ້ານຄົນນິນທາບໍ່ມີໜ້າມີຕາ ໂດຍສະເພາະ ໃນເວລາ ທີ່ມີການເສຍສະຫຼະ (ອອກການ) ກໍຕ້ອງແມ່ນເມຍອອກ ເພື່ອເປີດທາງໃຫ້ຜົວກ້າວໜ້າ ສ່ວນເມຍ ກໍມາເປັນແມ່ເຮືອນ ປານນັ້ນ ຍັງມີຜົວບາງຄົນບອກວ່າ: ເມຍຢູ່ເຮືອນຊື່ໆ ບໍ່ໄດ້ເຮັດຫຍັງ ? ຜົວແບບຊີ້ … ເປັນຕາເອົາ ສາກກະເບືອ ໃຫ້ຖືຍ່າງເລາະບ້ານ ທຸກອີກອັນໜື່ງຂອງແມ່ເຮືອນ ແມ່ທຸກຢ້ານລູກເຕົ້າບໍ່ໄດ້ຮ່ຳບໍ່ໄດ້ຮຽນ ຍິ່ງເປັນແມ່ເຮືອນ ປະເພດມີຜົວເມົາມາເຮືອນແລ້ວ ຊອກຫາເລື່ອງຜິດເມຍຕະຫຼອດ ແມ່ຍິງຍິ່ງທຸກທໍລະມານເຈັບປວດ ຫົວໃຈ ຄຳວ່າແມ່ ກໍຄືຜູ້ “ໃຫ້” ຄືໃຫ້ໄດ້ມີຊີວິດເກີດມາ ໃຫ້ຄວາມຮັກຄວາມອົບອຸ່ນ ໃຫ້ຄວາມເອົາໃຈໃສ່ໃກ້ຊິດສະໜິດສະໜົມ ໃຫ້ຄວາມດູແລເບິ່ງ ແຍງ ສະນັ້ນ ແມ່ຍັງຕ້ອງເປັນເພື່ອນທີ່ໄວວາງໃຈຂອງລູກໆສະເໝີ ເມື່ອລູກມີບັນຫາກໍສາມາດປຶກສານຳໄດ້ທຸກໆເລື່ອງ ໂດຍບໍ່ຢ້ານ ຫຼື ອາຍແມ່ ແຕ່ແນວໃດກໍຕາມ ພໍ່ກໍບໍ່ຄວນຈະເມີນເສີຍ ຫຼື ປ່ອຍປະໃຫ້ແມ່ເຮັດໜ້າທີ່ນີ້ໂດຍລຳພັງ… ພໍ່ກໍຍັງ ເປັນໄດ້ທັງຂາໜ້າ ຂາຫຼັງ ຂາຊ້າຍ ແລະ ຂາຂວາຮ່ວມກັບແມ່ ຈະຂາດຂາໃດຂາໜຶ່ງກໍບໍ່ໄດ້ ເຫັນວ່າຂອນໄຫຼນ້ຳຢ່າຈົ່ມຫຼາຍ ວ່າຂອນໂດກ… ບາງເທື່ອລົງແຊ່ນ້ຳ… ຫຼາຍມື້ຊິບົ່ງໃບ.

Leave a comment